ຕອນເຊົ້າວັນທີ 8 ປີໃໝ່ຫວຽດນາມຂອງທຸກໆປີ, ຊາວບ້ານຈະພາກັນມາເຕົ້າໂຮມຢູ່ເດີ່ນສາລາບ້ານທິເກິມ, ຕາແສງຊວນເຟືອງ, ເມືອງຕື່ລຽມ, ຮ່າໂນ້ຍເພື່ອທ່ຽວຊົມງານບຸນດຶງໄຟຕົ້ມເຂົ້າ, ເປັນງານ ບຸນມູນເຊື້ອທີ່ເຕັມໄປດ້ວຍສີສັນຂອງຊົນນະບົດບ້ານນາເຂດທົ່ງພຽງພາກເໜືອຫວຽດນາມ.
ງານບຸນດຶງໄຟຕົ້ມເຂົ້າໄດ້ໄທບ້ານທິເກິມຈັດຂຶ້ນຫຼັງບຸນປີໃໝ່ປະຈຳຊາດຫວຽດນາມ ເພື່ອລະລຶກເຖິງແມ່ທັບ ຟານໄຕຍາກ ທີ່ເກັ່ງກ້າສາມາດແຫ່ງຍຸກສະໄໝເຈົ້າຊີວິດຮຸ່ງທີ 18 (ປະມານໃນສະຕະວັດທີ III ກ່ອນຄຣິດທະສັກກະຫຼາດ) ຊຶ່ງເປັນຜູ້ລິເລີ່ມໃນການຈັດການແຂ່ງຂັນຕົ້ມເຂົ້າດັ່ງກ່າວ ແນໃສ່ຄັດເລືອກເອົາຄົນຄົວເກັ່ງຮັບໃຊ້ໃນສົງຄາມ. ນັບຕັ້ງແຕ່ນັ້ນມາ ງານບຸນດັ່ງກ່າວໄດ້ກາຍເປັນສີສັນວັດທະນະທຳ ທີ່ມີລັກສະນະວົງຄະນາຍາດອັນກວ້າງຂວາງ, ມັນສ່ອງແສງໃຫ້ເຫັນເຖິງນ້ຳໃຈສາມັກຄີຂອງຊຸມຊົນໃນບ້ານ ແລະ ຍັງມີຄວາມໝາຍເຖິງໂຊກໝານໃນປີໃໝ່ອີກດ້ວຍ. ຍ້ອນແນວນັ້ນ, ກົງກັບວັນນີ້ຈະມີການ ຈະມີການຈັດງານດັ່ງກ່າວຂຶ້ນເປັນປະຈຳທຸກປີ ທີ່ເດີ່ນສາລາບ້ານທິເກິມ ຊຶ່ງຈະຄຶກຄັກໄປດ້ວຍຜູ້ຄົນທີ່ມາທ່ຽວຊົມງານບຸນທີ່ເຕັມໄປດ້ວຍສີສັນວັດທະນະທຳພື້ນເມືອງຂອງເຂດທົ່ງພຽງພາກເໜືອແຫ່ງນີ້.
ໂດຍ: ທົງທ້ຽນ-ພາບ: ເຈີ່ນຫວນ
|