 |
ພິທິຕ້ອນຮັບຢ່າງເປັນທາງການສູງສຸດແຕ່ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່,
ປະທານປະເທດແຫ່ງ ສປປ ລາວ ທີ່ສຳນັກງານປະທານປະເທດ
|
ໃນຄວາມຮູ້ສຶກອັນເລິກເຊິ່ງແຫ່ງຄວາມສາມັກຄີພິເສດ, ຄວາມຜູກພັນອັນກົມກ່ຽວໜຽວແໜ້ນ, ສັດ ຊື່ບໍລິສຸດຜ່ອງໃສເປັນມໍລະດົກອັນລ້ຳຄ່າຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດ-ລາວ ອ້າຍນ້ອງ, ດຽວນີ້ ຍິ່ງໄດ້ຮັບການເພິ່ມພູນຄູນສ້າງ ພາຍຫຼັງການເດີນທາງຢ້ຽມຢາມ ຫວຽດນາມຢ່າງເປັນ ທາງການຂອງສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາ ຊົນປະຕິວັດລາວ, ປະທານປະເທດ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ.ໃນການຢ້ຽມຢາມ ແບບພິເສດດັ່ງກ່າວໄດ້ເກີດຂຶ້ນໃນຂອບແວດລ້ອມສຸດທີ່ພິເສດ. ນັ້ນແມ່ນການເດີນທາງຢ້ຽມຢາມຕ່າງປະ ເທດຄັ້ງທຳອິດພາຍຫຼັງສະຫາຍ ຈູມມາລີໄຊຍະສອນໄດ້ຖືກຮັບເລືອກເປັນເລຂາທິການໃຫຍ່ພັກ ປປ ລາວ, ປະທານປະເທດ ສປປ ລາວ ຄືນໃໝ່ອີກວາລະໜຶ່ງ ແລະ ແມ່ນການຢ້ຽມຢາມຄັ້ງທຳອິດຂອງປະມຸກຕ່າງ ປະເທດທີ່ມາຫວຽດນາມຫຼັງຈາກທີ່ພັກ, ລັດຖະບານ ແລະ ສະພາແຫ່ງຊາດ ສສ. ຫວຽດນາມຫາກໍເລືອກ ຕັ້ງຂັ້ນນຳໃໝ່.
 |
ສະຫາຍ ເຈືອງເຕິນຊາງ, ປະທານປະເທດໄດ້ພົບປະແລກປ່ຽນຄວາມເຫັນກັບສະຫາຍ ຈູມມາລີ ໄຊຍະສອນ,
ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ
|
 |
ສະຫາຍ ຫງວຽນຊິງຮຸ່ງ, ປະທານສະພາແຫ່ງຊາດແຫ່ງ ສສ. ຫວຽດນາມໄດ້ພົບປະແລກປ່ຽນຄວາມເຫັນກັບ
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ
|
 |
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ
ຢ້ຽມຢາມອະດີດເລຂາທິການໃຫຍ່ ໂດ໋ເມື່ອຍ |
ດ້ວຍເຫດນັ້ນ, ໃນບົດປາໄສ ທີ່ງານລ້ຽງສະແດງຄວາມຂຳ່ນັບຮັບຕ້ອນສະຫາຍ ຈູມມາລີ ໄຊຍະ ສອນ, ເລຂາທິການໃຫຍ່, ປະທານປະເທດ ພ້ອມພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ສປປ ລາວ, ສະ ຫາຍ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານພັກກອມູນິດຫວຽດນາມ ໄດ້ກ່າວເຖິງຄວາມ ຮູ້ສຶກວ່າ: “ພວກຂ້າພະເຈົ້າສຸດທີ່ຕື້ນຕັນໃຈເມື່ອໄດ້ຮູ້ວ່າ ສະຫາຍເລືອກຫວຽດນາມ ເປັນປະເທດທຳອິດທີ່ ໄປຢ້ຽມຢາມພາຍຫຼັງໄດ້ຖືກຮັບເລືອກເປັນເລຂາທິການໃຫຍ່, ປະທານປະເທດຄືນໃໝ່ອີກວາລະໜຶ່ງ. ການ ຢ້ຽມຢາມຂອງສະຫາຍແມ່ນເຫດການສຳຄັນໜຶ່ງທີ່ມີຄວາມໝາຍເລິກເຊິ່ງຕໍ່ສອງພັກ, ສອງລັດ ແລະປະຊາ ຊົນສອງຊາດພວກເຮົາ, ຊຶ່ງເກີດຂຶ້ນກົງກັບວັນເວລາຂອງເດືອນສິງຫາ-ລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ ຂອງການປະຕິວັດສອງປະເທດ ແລະ ເປັນປີທຳອິດທີ່ສອງພັກ, ສອງລັດພວກເຮົາໄດ້ຜັນຂະຫຍາຍຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນແຕ່ປະ ເທດ”.
 |
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິ ການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ວາງພວງມາລາ
ແລະ ຢ້ຽມຢາມສຸສານປະທານ ໂຮ່ຈີມິນ |
ພ້ອມກັນກັບການຮັບຮູ້ອັນເລິກເຊິ່ງລວມໃນຄວາມຮູ້ສຶກແບບພິເສດ ລະຫວ່າງ ສອງປະເທດ, ສະ ຫາຍ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ໄດ້ກ່າວສະແດງດ້ວຍ ຄວາມຈິງໃຈຕອນໜຶ່ງວ່າ:“… ພູອາດຈະເຈື່ອນ, ແມ່ນ້ຳອາດຈະບົກແຫ້ງ, ແຕ່ສາຍໃຈລາວ-ຫວຽດ ຈະໝັ້ນ ຄົງຂະໜົງແກ່ນຍິ່ງກວ່າພູ, ຍິ່ງກວ່າແມ່ນ້ຳ”.
ປະຫວັດສາດຕົວຈິງໄດ້ພິສູດໃຫ້ເຫັນແລ້ວວ່າ ຕະຫຼອດຍ່ານທາງເກືອບເຄິ່ງສະຕະວັດຜ່ານມາ, ນັບຕັ້ງແຕ່ວັນທີ່ສອງຊາດຫວຽດນາມ-ລາວ ໄດ້ຮັບການສ້າງຕັ້ງສາຍພົວພັນທາງການທູດນຳກັນເມື່ອວັນທີ 5 ກັນຍາ 1962 ຈົນມາຮອດປະຈຸບັນນີ້, ສາຍພົວພັນພິເສດດັ່ງກ່າວນັ້ນ ຍາມໃດກໍໄດ້ຮັບການປັບປຸງ, ຮັດ ແໜ້ນ ແລະ ພັດທະນາຮອບດ້ານຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດຄື: ເສດຖະກິດ, ການເມືອງ, ວັດທະນະທຳ
-ສັງຄົມ, ການສຶກສາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.
 |
| ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິ ການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມ ແລະ ກ່າວປາໄສທີ່ສະຖາບັນ ການເມືອງ-ການປົກຄອງແຫ່ງຊາດ ໂຮ່ຈີມິນ, ຮ່ວມດ້ວຍສະຫາຍເລຂາທິການໃຫຍ່ ຫງວຽນຝູຈ້ອງ |
 |
ປະຊາຊົນທຸກຖ້ວນໜ້າຂອງນະຄອນ ດ່ານັງ ປິຕິຊົມຊື່ນຕ້ອນຮັບສະຫາຍ ຈູມມາລີ ໄຊຍະ ສອນ, ເລຂາທິ ການໃຫຍ່,
ປະທານປະເທດແຫ່ງ ສປປ ລາວ ທີ່ສະໜາມບິນສາກົນ ດ່ານັງ |
 |
ສະຫາຍ ຈູມມາລີ ໄຊຍະສອນ, ເລຂາທິ ການໃຫຍ່, ປະທານປະເທດແຫ່ງ ສປປ ລາວ
ລົງຢ້ຽມຢາມສະຫະບໍລິສັດຫຸ້ນສ່ວນຕັດຫຍິບ ຮວ່າຖໍ້-ດ່ານັງ |
ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ໄປເຖິງໃສ, ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ຈູມມາລີ ໄຊຍະສອນ ພ້ອມພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງລາວ ກໍໄດ້ຮັບການ ຕ້ອນຮັບຢ່າງສະໜິດສະໜົມ ແລະ ເຕັມໄປດ້ວຍ ກຳລັງໃຈນັບຕັ້ງແຕ່ວິນາທີທຳອິດ.
ໃນໂອກາດນີ້, ບັນດາສະຫາຍ ເຈືອງເຕິນຊາງ, ປະທານປະເທດ , ສະຫາຍ ຫງວຽນເຕິນຢຸງ ນາ ຍົກລັດຖະມົນຕີ ແລະ ສະຫາຍ ຫງວຽນຊິງຮຸ່ງ , ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະຫງວນເວ ລາຫຼາຍໃຫ້ແກ່ການພົບປະແລກປ່ຽນຄວາມເຫັນ ແລະ ເຮັດວຽກກັບ ສະຫາຍ ຈູມມາລີ ໄຊຍະສອນ, ເລ ຂາທິການໃຫຍ່, ປະທານປະເທດ. ບັນດາການພົບປະ ແລະ ເຮັດວຽກໄດ້ເກີດຂຶ້ນໃນບັນຍາກາດອັນເຕັມ
ໄປດ້ວຍນ້ຳໃຈໄມຕີ, ຄວາມສາມັກຄີຖານອ້າຍນ້ອງ.
ບົດ: ຖ໋າຍຮວ່າ - ພາບ: ຂ່າວສານຫວຽດນາມ
|